340 Phonxay, Vientiane, Laos
+856 21417234

Our president as Election Candidate

Our president as Election Candidate
ບາງຄວາມຄິດເຫັນຂອງຜູ້ສະໝັກຮັບເລືອກຕັ້ງ
ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 12
ຂປລ. ໃນໂອກາດລົງໂຄສະນາຫາສຽງ ຂອງຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໂດຍສະເພາະໃນການລົງເຄື່ອນໄຫວຢູ່ເມືອງໄຊບົວທອງ ໃນວັນທີ 15 ກຸມພາ ຜ່ານມາ, ທ່ານ ທະນົງສິນ ກັນລະຍາ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ IX ນໍ້າເບີ 7 ໄດ້ສະແດງຄວາມຄິດເຫັນຜ່ານສື່ມວນຊົນຂອງແຂວງວ່າ: ເປັນຄັ້ງທຳອິດທີ່ຕົນເອງສະໝັກຮັບເລືອກຕັ້ງ ແລະ ເປັນຜູ້ທີ່ໄດ້ຮັບຄັດເລືອກເປັນຕົວແທນຂອງສະພາການຄ້າ ແລະ ອຸດສາຫະກຳ, ຂ້າພະເຈົ້າມີຄວາມພູມໃຈເປັນຢ່າງຍິ່ງ ທີ່ຈະປະຕິບັດ ແລະ ຮັບໃຊ້ປະຊາຊົນດ້ວຍສະຕິປັນຍາ, ດ້ວຍຄວາມຄວາມຮູ້ ແລະ ປະສົບການຕ່າງໆ ໃນການບໍລິຫານຮ່ວມມືກັບຫລາຍພາກສ່ວນ ເພື່ອເຮັດແນວໃດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານ, ເມືອງ ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
ໃນໄລຍະທີ່ໄດ້ເຄື່ອນໄຫວພົບປະຢ້ຽມຢາມບັນດາເມືອງ ໄດ້ເຫັນເຖິງຄວາມສຸກຂອງພໍ່ແມ່ປະຊາ ຊົນ, ເຫັນທັງບັນຫາ ແລະ ໄດ້ຮັບຄວາມອົບອຸ່ນຈາກທຸກໆບ່ອນທີ່ໄດ້ໄປ ແລະ ເຫັນໄດ້ຄວາມສາມັກຄີປອງດອງຂອງປະຊາຊົນເຜົ່າຕ່າງໆ ເຊິ່ງກົງກັບເປົ້າໝາຍທີ່ພວກເຮົາຢາກຊ່ວຍເຫລືອ ເພື່ອຈະເສີມຂະຫຍາຍຄວາມສາມັກຄີປອງດອງຂອງຊົນເຜົ່າ, ຄິດວ່າເຮົາເຫັນແນວທາງແລ້ວພື້ນຖານແມ່ນມາຈາກສາຍເຕັກໂນໂລຊີ ແລະ ເຕັກໂນໂລຊີ ຄວນມາຮັບໃຊ້ກັບຜູ້ທີ່ຢູ່ຊົນນະບົດຫ່າງໄກ, ນີ້ຖືວ່າແມ່ນຜົນສຳ ເລັດຂອງເຕັກໂນໂລຊີ ແລະ ອີກຢ່າງໜຶ່ງ ຂ້າພະເຈົ້າເປັນຕົວແທນພາກທຸລະກິດ ເຮົາຕ້ອງໄດ້ເຮັດໃຫ້ບົດບາດຂອງເຮົາດີທີ່ສຸດ ເພາະພາກທຸລະກິດທີ່ມາເປັນຕົວແທນຂອງປະຊາຊົນບໍ່ມີຫລາຍ ເພາະສະນັ້ນ,ຂ້າພະເຈົ້າໄດ້ຮັບໂອກາດສະໝັກຮັບເລືອກຕັ້ງນີ້ແລ້ວ ຕ້ອງສະແດງສຸດຄວາມສາມາດໃຫ້ປະຊາຊົນໄດ້ເຫັນ ວ່າພາກທຸລະກິດເຮົາກໍ່ເປັນຕົວແທນຂອງປະຊາຊົນທີ່ດີໄດ້, ຮັບໃຊ້ປະຊາຊົນໄດ້ ໂດຍສະເພາະໃນຍຸກໃໝ່ ໃນການແກ້ບັນຫາຄວາມຫຍຸ້ງຍາກຕ່າງໆ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ເພື່ອເຮັດແນວໃດໃຫ້ບັ້ນເລືອກຕັ້ງໄດ້ຮັບຜົນສຳເລັດ ຈົ່ງພາກັນໄປໃຊ້ສິດ ແລະ ສະແດງສິດ ຂອງຕົນໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ ໃຫ້ໄດ້ 300%.
ຂ່າວ: ມະນີວັນ
Related Posts
Translate »