340 Phonxay, Vientiane, Laos
+856 21417234

Our thought during the 2nd wave Covid19 lock down

Our thought during the 2nd wave Covid19 lock down
ສະ​ພາບ​ການ​ທຸກ​ມື້​ນີ້​ເຮັດ​ໃຫ້​ປະ​ຊາ​ຊົ​ນ​ລາວ​ທຸກ​ຄົນ​ມີ​ຄວາມ​​ເຄັ່ງ​ຕຶງ ແລະ ຢູ່​ຢ່າງຫ​ວາດ​ລະ​ແວງ ຈົນບາງ​ຄົນ​ກິນບໍ່​ແຊບນອນບໍ່ຫຼັບເພາະ​​ຄິດຫຼາຍ​ຈົ​ນ​ຈິດ​ຕົກ​ຄິດ​ວ່າ​ຕົນ​ເອງ​​ຄຶ​ຊິ​ຕິດ​ເຊື້ອ​ໂຄວິດ!
ການ​ຄິ​ດຫຼາຍ ຫຼື ວິຕົກກັງວົນຈົນເກີນເຫດນັ້ນອາດສົ່ງຜົນກະທົບຕໍ່ສະພາບຈິດໃຈ ແລະ ການດຳລົງຊີວິດຂອງເຮົາ​ໄດ້. ພວກເຮົາ​​ທຸກ​ຄົນຈ​ະ​ຜ່ານ​ວິ​ກິດ​ນີ້​ໄປ​ຢ່າງ​ປອດ​ໄພ ຖ້າ​ເຮົາ​ດຳ​ລົງ​ຊີ​ວິດ​​​ດ້ວຍຄວາ​ມບໍ່​ປະ​ໝາດ ​ແລະ ມີສະຕິລະ​ວັງ​ໂຕທຸກຄັ້ງ.
ການເບີ່ງ​ໂລກ​ໃນ​ແງ່ບວກ ແລະ ສ້າງສັນ ​ມັ​ນອາດຈະຊ່ວຍຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງຂ​ອງສະຖານະການດັ່ງ​ກ່າວ​​ໄດ້ ແລະ ມື້ນີ້ເຮົາມີກິດຈະກຳ ແລະ ພຶດ​ຕິ​ກຳ​ບາງຢ່າງມາແນະນຳທີ່່ອາດຈະຊ່ວຍໃຫ້ທ່ານຫຼຸດຜ່ອນຄວາມກັງວົນຂອງ​ທ່ານ​ໄດ້​ບໍ່ໜ້ອຍກໍ່ຫຼາຍ
1. ຈຳກັດຂ່າວສານທີ່ບໍ່ສ້າງສັນ ແລະ ບໍລິໂພກຂ່າວສານທີ່ໜ້າເຊື່່ອຖືຈາກໜ່ວຍສະເພາະກິດ ຫຼື ລັດຖະບານ
2. ໃຊ້ຊ່ວງເວລານີ້ໃຫ້ຄຸ້ມຄ່າກັບການດູແລໂຕເອງ ແລະ ຄົນໃນຄອບຄົວ
3. ​ສ້າງ​ແຮງ​ຈຸງ​ໃຈ​ດ້ວຍ​ການຕັ້ງເປົ້າໝາຍ 5 ສິ່ງທີ່ຈະເຮັດໃນແຕ່ລະມື້
4. ​ປຶກສາກັບໝູ່ຄູ່ເພື່ອສ້າງ ຫຼື ສົ່ງເສີມທຸລະກິດທີ່ເປັນໄປໄດ້ເຊິ່ງກັນແລະກັນ
5. ເຕີມພະລັງໃຫ້ກັບການນອນ ແລະ ການອອກກຳລັງກາຍຢ່າງເຕັມທີ່
6. ເຮັດໃນສິ່ງທີ່ທ່ານຄິດຢາກເຮັດແຕ່ບໍ່ເຄີຍລົງມືເຮັດຈັກເທື່ອ
7. ສຶກສາ ແລະ ຮຽນຮູ້ສິ່ງໃໝ່ໆເພື່ອການປັບໂຕ
8. ວາດຝັນ ແລະ ວາງແຜນທ່ອງທ່ຽວລ່ວງໜ້າ ເພາະນີ້ຄືແຮງບັນດານໃຈທີ່ສຸດຍອດ
ຫວັງ​ວ່​າ​ຄຳ​ແນະ​ນຳ​ເຫຼົ່າ​ນີ້​ຈະ​ເປັ​ນ​ປ​ະ​ໂຫຍດ​ແດ່​ພ​ວກ​ທ່ານ❤️
ພ​ວກ​ເຮົາ​ຕ້ອງ​ສູ​້ ແລະ ຜ່ານ​ວິ​ກິດ​ນີ້​ໄປ​ນຳ​ກັນ✌️✌️
Related Posts
Translate »