340 Phonxay, Vientiane, Laos
+856 21417234

Cybersecurity Challenges during COVID19 Pandemic and Frontline Heros Protection Event

Cybersecurity Challenges during COVID19 Pandemic and Frontline Heros Protection Event
ໃນຕອນເຊົ້າຂອງວັນທີ 24 ກຸມພາ 2021 ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (Ministry of Post and Telecommunications) ຮ່ວມກັບ ສະມາຄົມໄອຊີທີລາວ (LICA), ບໍລິສັດ ດາຕາຄອມ ຈໍາກັດ ແລະ ບໍລິສັດ Solutions for Asia ປະເທດ ສິງກະໂປ ໄດ້ຈັດກອງປະຊຸມສຳມະນາ ວຽກງານຄວາມປອດໄພທາງໄຊເບີ ໂດຍການເປັນທານຂອງ ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ, ມີຕ່າງໜ້າຈາກບັນດາກະຊວງ ແລະ ບໍລິສັດໂທລະຄົມ ເຂົ້າຮ່ວມຈຳນວນ 67 ທ່ານ, ຊຶ່ງຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການໃນການບໍລິຫານຈັດການກັບໄພຄຸກຄາມທາງໄຊເບີ ດ້ວຍການນໍາສະເໜີກ່ຽວກັບ ພາບລວມເຫດການຄວາມປອດໄພທາງໄຊເບີໃນໄລຍະຜ່ານມາ ແນວໂນ້ມໃນຕໍ່ໜ້າ ແລະ ວິທີທາງໃນການຮັບມືແກ້ໄຂ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ເຖິງຜົນກະທົບທີ່ອາດຈະເກີດຂຶ້ນ ຊື່ງຈະສ້າງຄວາມເສຍຕໍ່ລະບົບພື້ນຖານໂຄງລ່າງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ສປປ ລາວ ເຮົາຈະມີວິທີການໃນການຕ້ານ ສະກັດກັ້ນ ແລະ ປ້ອງກັນແນວໃດຕໍ່ກັບລະບົບເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ເພາະໄລຍະຜ່ານມາກໍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໄວຣັດຄອມພິວເຕີ ເຊັ່ນ: ແຣນຊຳແວ, ເມົາແວ, ບ໋ອດເນັດ, ການໂຈມຕີເວັບໄຊ, ການເຈາະລະບົບຖານຂໍ້ມູນ ແລະ ອື່ນໆ.
ນອກຈາກນີ້, ໃນວາລະສຳມະນາດັ່ງກ່າວ ບັນດາຜູ້ເຂົ້າຮ່ວມໄດ້ມີໂອກາດຮັບຟັງການບັນຍາຍຈາກວິທະຍາກອນທັງພາຍໃນ ແລະ ວິທະຍາກອນຈາກປະເທດສິງກະໂປ, ພິເສດແມ່ນການນໍາສະເໜີ ແອັບພິເຄຊັນປ້ອງກັນໄພຄຸມຄາມ ໂທລະສັບມືຖື (Zimperium Mobile Threat Application), ຊື່ງແອັບພິເຄຊັນດັ່ງກ່າວ ສາມາດກວດຈັບ ແລະ ປ້ອງກັນການໂຈລະກໍຳຂໍ້ມູນຕ່າງໆທີ່ເກັບໄວ້ໃນໂທລະສັບມືຖື ພ້ອມທັງການທົດລອງນຳໃຊ້ຕົວຈີງຂອງແອັບດັ່ງກ່າວ. ນອກນີ້ ກອງປະຊຸມສຳມະນາກໍ່ຍັງໄດ້ເປີດເວທີສົນທະນາ ແລກປ່ຽນຄວາມຄິດເຫັນດ້ວຍກັນ ເພື່ອໃຫ້ການນຳໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານເປັນໄປໄດ້ຢ່າງສະດວກວ່ອງໄວ ແລະ ປອດໄພ.
Related Posts
Translate »